ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ຣັດ​ເຊຍ ພົບ​ປະ​ກັບ​ທ່ານ ຫວາງ​ຢີ້


     ສຳນັກ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 20 ກັນຍາ ນີ້​ວ່າ: ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ
​ຂອງ ທ່ານ ຫວາງ​ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວໜ້າ​ຫ້ອງ​ວ່າການ ຄະນະ​ກຳມະການ​ວຽກ​ງານ​ການ​ຕ່າງປະເທດ ​ສູນ​
ກາງ​ພັກ​ກອມ​ມູ​ນິດ​ຈີນ ພ້ອມ​ດ້ວຍ​​ຄ​ະນະ ຢູ່​ທີ່​ນະຄອນ​ແຊັງ​ປີ​ເຕີ​ສະ​ເບີກ ຂອງ ສ ຣັດ​ເຊຍ. ທ່ານ ປູ​ຕິນ ໄດ້​ກ່າວ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ດ້ວຍ​ໄມຕີ​ຈິດ​
ມິດຕະພາບ ຕໍ່​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ສ ຣັດ​ເຊຍ ຂອງທ່ານ ຫວາງ​ຢີ້ ພ້ອມ​ຄະນະ​ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ
​ຮ່ວມ​ມືລະຫວ່າງ​ສອງ​ພັກ, ສອງ​ລັດ ໂດຍ​ສະເພາະເພີ່ມ​ທະວີ​ການ​ວາງ​ແຜນ ແລະ ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ບົນ​ພື້ນຖານ​ຂອງ​ກົນ​ໄກ​ອົງການ​ຮ່ວມ
​ມື​ຊຽງ​ໄຮ້, ປະເທດ ​ບຣິກ​​ສ ແລະ ຂອບ​ຮ່ວມ​ມື​ຫຼາຍ​ຝ່າຍ, ຮັກສາ​ການ​ປະສານ​ງານ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄັດຄ້ານ​ລັດທິ​ເຈົ້າ​ອຳນາດ ແລະ ​ການ​ເປັນ​ປໍ​
ລະ​ປັກ​ກັນ​ລະຫວ່າງ​ກຸ່ມ​ທີ່​ຕ່າງ​ກັນ, ປົກ​ປັກ​ຮັກສາ​ຄວາມ​ຍຸດຕິ​ທຳ ແລະ ຄວາມ​ເປັນ​ທຳ​ສາກົນ. ທ່ານ ຫວາງ​ຢີ້ ກ່າວໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ທ່ານ
ວະ​ລາ​ດີ​ເມຍ ປູ​ຕິນ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ພ້ອມ​ທັງ​ລາຍ​ງານ​ການ​ພົບ​ປະ​ກັບທ່ານ ນີ​ໂຄ​ລາຍ ປາ​ຕຣູ​ເຊັ​​ຟ, ເລຂາທິການ​ສະພາ​ຄວາມ​ໝັ້ນຄົງ
ແລະ ທ່ານ ເຊີ​ເກ ລາບ​ຣັອບ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ ຣັດ​ເຊຍ ແລະ ຍັງ​ໄດ້​ສະຫຼຸບ​ການ​ພົບ​ປະ​ເຮັດ​ວຽກ​ຮອບດ້ານ​ກ່ຽວ​ກັບ​ການ​ຮ່ວມ
​ມື​ແຕ່​ລະ​ຂົງເຂດ​ລະຫວ່າງ​ສອງ​ປະເທດ. ຈີນ ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ, ຖື​ເອົາ​ຄວາມ​ເຫັນ​ທີ່​ເອກະ​ພາບ​ກັນ ອັນ​ສຳຄັນ​ຂອງ​ປະມຸກ​ລັດ​ສອງ​ປະເທດ​ເປັນ
​ບ່ອນ​ອີງ​ຫຼັກ​ໝັ້ນ, ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ສ້າງ​ພື້ນຖານ​ມະຫາຊົນ ແລະ ສັງຄົມ​ຢ່າງ​ມີ​ໄມ
ຕີ​ຈິດ​ລະຫວ່າງ ​ສປ ຈີນ-ສ ຣັດ​ເຊຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/09/2023